ການປູກຕົ້ນໄມ້ ໃຊ້ຮົ່ມເງົາ ສ້າງຖະໜົນຫົນທາງໃຫ້ຄົນໄດ້ທຽວ ເຈາະນ້ຳບາດານໃຫ້ຜູ້ຄົນໄດ້ກິນໄດ້ໃຊ້ ຕະຫຼອດເຖິງການສ້າງສະຖານທີ່ໃຫ້ຜູ້ຄົນໄດ້ພັກພາອາໄສ ເປັນການທຳບຸນອີກຢ່າງໜຶ່ງ ທີ່ມີອານິສົງຫຼາຍ ດັ່ງປາກົດມີໃນພຣະໄຕຣປິດົກວ່າ ມີຄັ້ງໜຶ່ງ ເທວະດາ ເຂົ້າໄປຖາມພຣະຜູ້ມີພຣະພາກເຈົ້າວ່າ:
ຊົນເຫຼົ່າໃດມີບຸນ ຈະເລີນໃນການທຸກເມື່ອ ທັງກາງເວັນແລະກາງຄືນ? ຄົນເຫຼົ່າໃດ ຕັ້ງຢູ່ໃນທັມ ສົມບູນດ້ວຍສິນ ເປັນຜູ້ໄປສະຫວັນ? (ອ້າງອີງ: 24/255/2)
ພຣະຜູ້ມີພຣະພາກເຈົາຕັດຕອບວ່າ:
ຊົນເຫຼົ່າໃດສ້າງອາຣາມ ປູກໝູ່ໄມ້ (ໃຊ້ຮົ່ມເງົາ) ສ້າງຂົວ ແລະຊົນເຫຼົ່າໃດໃຫ້ໂຮງນ້ຳເປັນທານແລະບໍ່ນ້ຳ ທັງທີ່ພັກພາອາໄສ ຊົນເຫຼົ່ານັ້ນຍ່ອມມີບຸນຈະເລີນໃນການທຸກເມື່ອ ທັງກາງເວັນແລະກາງຄືນ ຊົນເຫຼົ່າໃດ ຕັ້ງຢູ່ໃນທັມ ສົມບູນດ້ວຍສິນ ເປັນຜູ້ໄປສະຫວັນ. (ອ້າງອີງ: 24/255/2)
ຮຽບຮຽງ: khianlao.com
ຄຳຄິດເຫັນ