ໃນຕອນທ່ຽງຂອງວັນທີ 9 ກໍລະກົດ ຢູ່ທີ່ສະໜາມບິນສາກົນ Changsha Huanghua ໄດ້ມີພິທີອຳລາ ກຸ່ມນັກທ່ອງທ່ຽວ ໃນໂຄງການ "ນັກທ່ອງທ່ຽວຫູໜານທ່ຽວລາວ" ທີ່ຈະເດີນທາງໄປ ສປປ ລາວ ເປັນຄັ້ງທຳອິດ ເຊິ່ງກຸ່ມນັກທ່ອງທ່ຽວກຸ່ມນີ້ ມີຈຳນວນ 100 ຄົນ ມາຈາກແຂວງ ຫູໜານຂອງຈີນ ຈະໃຊ້ເວລາເດີນທາງໄປນະຄອນຫຼວງວຽງຈັນ ສປປ ລາວ ເປັນໄລຍະເວລາ 5 ວັນ
ໃນພິທີ ມີຫຼາຍພາກສ່ວນເຂົ້າຮ່ວມ ທັງຝ່າຍຈີນແລະລາວ ໂດຍຝ່າຍລາວ ມີກົງສູນໃຫຍ່ປະຈຳເມືອງສາງຊາ ແຂວງຫູໜານ, ມີຕົວແທນຈາກສະພາການຄ້າ ແລະນັກທ່ອງທ່ຽວຈາກຕົວແທນຝ່າຍລາວ ເຂົ້າຮ່ວມພິທີ
ນັບຕັ້ງແຕ່ໄດ້ມີການເປີດຖ້ຽວບິນ ບິນກົງ ຈາກ ເມືອງສາງຊາ ໄປນະຄອນຫຼວງວຽງຈັນ ແລະໄດ້ມີການກໍ່ຕັ້ງສະຖານກົງສູນໃຫຍ່ລາວ ປະຈຳເມືອງສາງຊາ ແຂວງຫູໜານແລະລາວ ໄດ້ມີການພົວພັນຮ່ວມມືກັນໃນລະດັບສູງ ແລະໄດ້ແລກປ່ຽນດ້ານວັດທະນະທຳຮ່ວມກັນຢູ່ເປັນປະຈຳ
ທ່ານ Chen Xianchun ຫົວໜ້າ ຄະນະກຳມາທິການ ພັດທະນາການທ່ອງທ່ຽວແຂວງຫູໜານ (Hunan Provincial Tourism Development Commission) ກ່າວວ່າ ການເສີມສ້າງ ກິດຈະກຳ "ນັກທ່ອງທ່ຽວຫູໜານທ່ຽວລາວ" ເປັນສິ່ງທີ່ສຳຄັນຢ່າງຍິ່ງຕໍ່ການຮ່ວມມືກັນທາງດ້ານການທ່ອງທ່ຽວ ແລະວັດທະນະທຳ ລະຫວ່າງ ແຂວງຫູໜານ ແລະປະເທດລາວ ທ່ານ Chen ຍັງກ່າວຕື່ມອີກວ່າ ການທ່ອງທ່ຽວປຽບເໝືອນຂົວທີ່ສົ່ງຜ່ານອາລະຍະທຳ ຄວາມສີວິໄລ, ສົ່ງເສີມການແລກປ່ຽນທາງດ້ານວັດທະນະທຳ ສັງຄົມ ແລະກະຊັບຄວາມສຳພັນມິດຕະພາບອັນແໜ້ນແຟ້ນ
ໂຄງການ "ນັກທ່ອງທ່ຽວຫູໜານທ່ຽວລາວ" ຈະມີໄລຍະຢູ່ 2 ກວ່າປີ ແລະປຽບເໝືອນປ່ອງຢ້ຽມທີ່ສຳຄັນສູ່ສາຍຕາໂລກ ເພື່ອສະແດງໃຫ້ໂລກໄດ້ເຫັນເຖິງການທ່ອງທ່ຽວຂອງແຂວງຫູໜານ
ນັກທ່ອງທ່ຽວຫູໜານທີ່ເຂົ້າຮ່ວມກິດຈະກຳນີ້ ຈະໄດ້ເດີນທາງໄປທ່ຽວຊົມສະຖານທີ່ທ່ອງທ່ຽວຫຼັກໆຢູ່ນະຄອນຫຼວງວຽງຈັນ ແລະ ບໍລິເວນເຂດໃກ້ຄຽງ ເປັນຕົ້ນແມ່ນ ວັດຊຽງຄວນ, ທາດຫຼວງ, ປະຕູໄຊ, ອ່າງນ້ຳງື່ມ, ຖ້ຳຈັງ
ຮຽບຮຽງໂດຍ: Sithon999
ທີ່ມາ: hunan.voc.com.cn
ຄຳຄິດເຫັນ